ວັດໜອງສອງຫ້ອງ (ວັດພະແກ້ວນ້ຳຢາດ). (ແຂວງ ສາລະວັນ)

ວັດໜອງສອງຫ້ອງ ຕັ້ງຫ່າງຈາກແຂວງສາລະວັນ ໄປທາງທິດຕາ ເວັນຕົກສຽງເໜືອ 55 ກິໂລແມັດ, ວັດໜອງສອງຫ້ອງ ຕັ້ງຢູ່ ບໍລິເວນທົ່ງນາບ້ານນາໂພ, ຕີນພູສົ້ມປ່ອຍ (ພູພະ ແກ້ວ) ຈາກເມືອງໃໝ່ວາປີ, ແວ່ບ້ານແກ້ງສຸທິ ໄປຫາຕີນພູ 10 ກິໂລແມັດ

ຕາມການເລົ່າລື ແລະ ເອກະສານກ່ຽວກັບ ພະແກ້ວພະລິກໜອກ. ເບື້ອງຕົ້ນ ແມ່ນສະຖິດຢູ່ຖ້ຳ ຂອບເຂດ ພູພະແກ້ວ, ເມືອງວາປີ, ແຂວງສາລະວັນນີ້ເອງ ຊົນເຜົ່າພື້ນເມືອງ ໄດ້ແກ່: ພານເທິງ; ພານເທືອງ ໄປເຊີດເນື້ອຍິງສັດ ແລ້ວໄປພໍ້ພະແກ້ວ ອົງສັກສິດນີ້ ໃນທ່ານັ່ງສະມາທິ ຢູ່ປາກຖ້ຳພູສົ້ມປ່ອຍ (ພູພະແກ້ວປະຈຸບັນ) ພວກເພິ່ນໄດ້ຖະໜອມຫອມຮັກ ປົກປັກຮັກສາ ເຄົາລົບບູຊາ ຈົນປະກົດວ່າ: ມີຄວາມຢູ່ດີມີສຸກ ນຳໂຊກນຳໄຊມາສູ່ ຄອບຄົວ ແລະ ກົກເຄົ້າເລົ່າກໍ ຂອງພານເທິງ, ພານເທືອງ ຈົນມີຊື່ສຽງໂດ່ງດັງ, ຕໍ່ມາ ເຈົ້າສ້ອຍສີສະໝຸດພຸດທະການ ເຈົ້າຄອງນະຄອນຈຳປາສັກ ແຕ່ງເສນາອາມາດ ມາເອົາ ພະແກ້ວ ອົງນີ້ ແຕ່ເອົາໄປບໍ່ໄດ້ຍໍບໍ່ຂຶ້ນ ແລ້ວຈຶ່ງເມືອກາບທູນ ເຈົ້າສີສະໝຸດ. ຕໍ່ມາກໍ່ແຕ່ງ ເສນາອາມາດ ແລະ ຂຸນນາງຊັ້ນຜູ້ໃຫຍ່ ມາຫາມ ເອົາພຣະແກ້ວອົງນີ້ ແຕ່ເວລາຍໍຂຶ້ນ ພະແກ້ວກໍ່ຕົກລົງດິນ ປະກົດລຸບລົງໃນ ພື້ນດິນ ເຮັດໃຫ້ຊາວບ້ານ ຊາວເມືອງ ພາກັນຂຸດຫາ ຈຶ່ງເອີ້ນວ່າ: ໜອງສອງຫ້ອງ ບ່ອນປຸກວັດໃສ່ ປະຈຸບັນ. ຈັ່ງຊັ້ນ ເຈົ້າສ້ວຍສີສະໝຸດພຸດທະການ ຈຶ່ງໄດ້ນຳອຳນາດ ບັງຄັບໃຫ້ ຈຸ້ມເຈື້ອເຊື້ອສາຍ ແລະ ຍາດພີ່ນ້ອງ ຂອງພານເທິງ ແລະ ພານເທືອງ ນຳເອົາ ພະແກ້ວ ໄປສົ່ງ ນະຄອນຈຳປາສັກ, ສະຖິດໄວ້ວັດຫໍ, ຄຸ້ມບ້ານວັດຫໍເມືອງເກົ່າເກີ່ງ ຂຶ້ນກັບ ເມືອງໂພນທອງ, ແຂວງຈຳປາສັກ ປະຈຸບັນ. ສ່ວນພວກຊົນເຜົ່າທີ່ຮັບໃຊ້ ແລະ ຮັກສາ ພຣະແກ້ວ ເຈົ້າສ້ວຍສີສະໝຸດ ໃຫ້ໄປເຮັດນາ ຢູ່ບໍລິເວນເຂດໜອງແຕ້, ງົວບາພົງໂພດ, ຫ້ວຍນາ ເຊິ່ງສັກດີນາທັງລາຍ ເອີ້ນວ່າ: “ພວກຂ້າພະແກ້ວ” ໃນລະຫວ່າງ ຄສ 1817 ເຈົ້າຫຼ້າວິໄຊ ສະຫວັນນະຄົດ, ຂ້າຫຼວງ, ຂ້າໄທ ມາຮ່ວມພິທີ ຊະປະນະກິດສົບ ຈຶ່ງເອົາ ພະແກ້ວ ພະລິກໜອກ ຄູ່ບ້ານຄູ່ເມືອງ ຈາກເຂດ ສົ້ມປ່ອຍ-ນາຍອນ ມາສະຖິດຢູ່ ຫໍພະແກ້ວ ອັນງົດງາມ ຢູ່ວັດຫໍເກົ່າແກ່ ໄປສູ່ດິນແດນ ສະຫຍາມບາງກອກ ເທົ່າທຸກວັນນີ້. ສິ່ງທີ່ຍັງເຫຼືອໄວ້ ກໍ່ຄືນ້ຳໃຈຊາວລາວ ບັນດາເຜົ່າ ທົ່ວທັງປະເທດ ສະເພາະຂອບເຂດ ເມືອງວາປີ ແຂວງສາລະວັນ ຍັງລະນຶກເຖິງສິ່ງສັກສິດ ຄູ່ບ້ານຄູ່ເມືອງ ໃນອະດີດ ແຕ່ລະປີຈັດງານສະເຫຼີມສະຫຼອງ ຢ່າງຍິ່ງໃຫຍ່ ເລີ່ມແຕ່ ອອກໃໝ່ 10 ຄໍ່າຫາ 15 ຄ່ຳເດືອນ 3 ຂອງທຸກໆປີ.