ທາດກອງຫີນອົງແກ້ວ. (ແຂວງ ສາລະວັນ)

ອົງແກ້ວ ເກີດທີ່ ບ້ານຈະກໍາ, ເມືອງທ່າແຕງ, ແຂວງເຊກອງ. ເປັນບຸດຊາຍ ຂອງທ້າວ ມຸ່ຍ (ກຸ່ມຕັງປຣິນຕັງປວນ) ຊົນເຜົ່າກຣຽງ ແລະ ນາງ ໂຈ້ຍ (ກຸ່ມຕັງໂປງ) ເຜົ່າອາລັກ ບ້ານຮືງ; ຊື່ເດີມ ຂອງເພິ່ນ: ທ້າວຫີມ, ອົງແກ້ວ

ເຕີບໃຫຍ່ ໃນຂະບວນວິວັດ ທີ່ຊາດລາວບັນດາເຜົ່າ ຕົກເປັນຫົວເມືອງຂຶ້ນ ຂອງສັກດີນາສະຫຍາມ ແລະ ຝຣັ່ງ, ອົງແກ້ວ ໄດ້ສ້າງ ຄອບຄົວ ກັບ ນາງໂຈດ ບ້ານກຳກອກ, ຊົນເຜົ່າກຣຽງ ມີລູກນຳກັນໜຶ່ງຄົນ ຊື່ວ່າ: ທ້າວມູນ.

ໃນປີ ຄສ 1900 ໄດ້ສຳເລັດການຮ່ຳຮຽນວິຊາສູ້ຮົບ ນຳກຸລາ ທີ່ເປັນ ເຈົ້າເລົ່າມອນຂະແມ ແລ້ວກັບມາເຂດ ພູພຽງບໍລິເວນ ນຳພາປະຊາຊົນ ບັນດາເຜົ່າ ລຸກຂຶ້ນຕໍ່ສູ້ຕ້ານ ການຮຸກຮານ ຂອງສັກດິນາຝຣັ່ງ ຢ່າງຟົດເດືອດໃນວັນທີ 8 ເດືອນ 6 ປີ 1901. ອົງແກ້ວ ໄດ້ບັນຊາທະຫານ ປິດລ້ອມຄ້າຍ ທະຫານຝຣັ່ງ ຢູ່ບ້ານກະເຊາະ, ບ້ານຕາເຊັ້ຍ ຂອບເຂດບໍລິເວນຂ້ານາຍທະຫານຝຣັ່ງ ຄື: ຮ້ອຍຕີ ປີແອ ແລະ ຮ້ອຍຕີ ຊຽງໄປຣ ໃນປີ ຄສ 1905 ລະດົມພົນໄດ້ 1000 ຄົນ ພ້ອມດ້ວຍອາວຸດ ພື້ນເມືອງ ແລະ ສ້າງອາວຸດເສີມ ທີ່ຢຶດໄດ້ຈາກ ຝຣັ່ງ ຈຳນວນໜຶ່ງ, ເດືອນ 10 ປີ 1910 ໄດ້ເປີດກອງປະຊຸມ ປຶກສາຫາລື ກັບກົມມະດຳ ແລະ ຄະນະນຳຊົນເຜົ່າ ທີ່ສຳນັກທົ່ງຫວາຍ ບ້ານຕອກ ເພື່ອເຈລະຈາ ສະຫງົບເສິກ ກັບ ແຟັງດາແລງ ໃນວັນທີ 12 ເດືອນ 11 ປີ 1910. ອົງແກ້ວ ຖືກ ແຟັງດາແລງ ຄາດຕະກຳ ຢູ່ກອງປະຊຸມ ທີ່ຄ້າຍ ທະຫານ ຢູ່ເມືອງທ່າແຕງ, ໂດຍຕັດຫົວ ເອົາມາໃຫ້ ເຈົ້າແຂວງຢູ່ສາລະວັນ ຊື່ ໂດໄປຣ ໃນວັັັນທີ 15/11/1910. ສ່ວນຊາກສົບນັ້ນ ແມ່ນໃຫ້ ປະຊາຊົນ ຈູດເຜົາຢູ່ ຫ້ວຍນ້ຳໃສ, ທາດກອງຫີນ ຢູ່ບໍລິເວນໂຮງໝໍ ແຂວງປະຈຸບັນ ແມ່ນທາດກອງຫີນ ກວມເອົາກະໂຫຼກຫົວ ຂອງອົງແກ້ວ (ທາດຫີນອົງແກ້ວ ຕັ້ງຢູ່ ບ້ານໂພນແກ້ວ ເທດສະບານເມືອງສາລະວັນ)